ວິທີຕັ້ງປຸ່ມ power ເປັນປຸ່ມ shutdown

  1. ສາເຫດ
    – ໃນກໍລະນີທີ່ເຮົາບໍ່ສາມາດເຊື່ອມ ເມົ້າ ຫຼື ຄີບ໋ອດໄດ້ ເຮົາກໍ່ສາມາດກົດປຸ່ມ Power ໃນເຄື່ອງເຄສໃນການ Shutdowns windows ໄດ້
    – ຖ້າວ່າເຄື່ອງຄອມພິວເຕີເຂົ້າສູ່ໂໝດ Sleep ຫຼື Hibernate ແລ້ວເກີດບັນຫາແລ້ວເປີດບໍ່ຕິດ, ລະບົບບໍ່ຕອບສະໜອງ ຫຼືຂໍ້ມູນສູນຫາຍ
    – ການປິດເຄື່ອງຄອມພິວເຕີທີ່ບໍ່ຖືກວິທີອາດຈະກໍ່ໃຫ້ເກີດຄວາມສ່ຽງ ທີ່ຂໍ້ມູນຈະເສຍຫາຍ ຫຼື ຟ໌າຍລະບົບເສຍຫາຍ
  2. ວິທີແກ້ໄຂ
    1) ຂັ້ນຕອນກໍານົດປຸ່ມ Power ໃຫ້ເຮັດວຽກເປັນ Shutdown
    – ກົດປຸ່ມ Windows + S ແລ້ວພິມ Control Panel ກົດEnter

– ຂະຫຍາຍ View by ເປັນ Large icons ຫຼື Small icons ແລ້ວຄລິກໃສ່ Power Options.

– ທາງຂ້າງຊ້າຍມືຈະມີຄໍາວ່າ Choose what the power buttons do, ຄລິກເຂົ້າໄປ

– ຢູ່ໃຕ້ When I press the power button ທັງໃນສະພາບ On battery ແລະ Plugged in, ປ່ຽນເປັນ Shut down.

– ກົດປຸ່ມ Save changes ແລ້ວປິດຫນ້າຕ່າງນີ້

3. ທົດສອບການເຮັດວຽກ
1) ກົດປຸ່ມ Power ຢູ່ຄີບອດຂອງທ່ານ.
2) ຄອມພິວເຕີຈະປິດເຄື່ອງເທິງທັນທີ (Shutdown).
3) ດັດແກ້ຄ່າຄືນໄດ້ໂດຍປະຕິບັດຕາມຂັ້ນຕອນເທິງຄືນໃໝ່ແລ້ວເລືອກຕົວເລືອກອື່ນໆ (ຄ່າເລີ່ມຕົ້ນຈະເປັນ Sleep).

    ຂຽງໂດຍ: ອຈ ນິດຕະພອນ ໄຊຍະເສນ
    ສູນໄອຊີທີ ແພກແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ

    Leave a Reply 0

    Your email address will not be published. Required fields are marked *


    hacklink hacklink hacklink php shell php shell download