ການສ້າງເມນູຮູບແບບ System Links URL ໃນ Joomla

ໃນ Joomla, System Links URL ເປັນປະເພດຂອງເມນູ ທີ່ຊ່ວຍໃຫ້ເຮົາສາມາດສ້າງລິ້ງພາຍໃນເວັບໄຊ້ຂອງເຮົາໄດ້ໂດຍບໍ່ຕ້ອງໃຊ້ເນື້ອຫາ ຫຼື ຄອມໂພເນັ້ນສະເພາະ ເຊັ່ນ ເຊື່ອມຕໍ່ໄປຫາເວັບອື່ນທີ່ຕ້ອງການ ພຽງແຕ່ເພີ່ມລີ້ງເວັບນັ້ນໃສ

🎯ປະເພດຂອງ System Links URL ໃນ Joomla

Joomla ມີປະເພດ System Links ທີ່ສາມາດໃຊ້ໄດ້ໃນເມນູ ດັ່ງນີ້:

1 External URL ໃຊ້ສຳຫຼັບສ້າງລິ້ງໄປຫາເວັບໄຊ້ພາຍນອກ

  • ຕົວຢ່າງ: https://google.com

2 Menu Heading ໃຊ້ເພື່ອສ້າງຫົວຂໍ້ເມນູໂດຍບໍ່ມີລິ້ງ (ໃຊ້ສຳລັບຈັດກຸ່ມເມນູຍ່ອຍ)

3 Text Separator ໃຊ້ສ້າງ Item ເມນູທີ່ບໍ່ມີລິ້ງ ແຕ່ໃຊ້ເພື່ອສະແດງຂໍ້ຄວາມເທົ່ານັ້ນ

4 Alias ໃຊ້ສ້າງລິ້ງທີ່ຊີ້ໄປເມນູ Item ອື່ນທີ່ມີຢູ່ໃນ Joomla

🔗 ວິທີສ້າງ System Links URL ໃນ Joomla

1 ເຂົ້າໄປທີ່ Joomla ໃນຖານະ Administrator

2 ໄປທີ່ Menus -> Main Menu ໃຫ້ກົດໃສ່ເຄື່ອໝາຍ +

ແລ້ວຈະປະກົດໜ້າງຕ່າງໃຫ້ເຮົາສ້າງເມນູ

  • Titel ໃຫ້ໃສ່ຊື່ຂອງເມນູທີ່ຕ້ອງການສ້າງ
  • Menu Item Type ໃຫ້ເລືອກເປັນ System Links
  • ເລືອກປະເພດລິ້ງທີ່ຕ້ອງການເຊັ່ນ URL ຫຼື Menu Items Alias
  • ໃນຕົວຢ່າງນີ້ ເລືອກ ເປັນ URL

ໃນສ່ວນ Link Pleasw Fill in this Field ໃຫ້ເພີ່ມລິ້ງຂອງເວບໃຊ້ທີ່ທ່າງຕ້ອງການເຊື່ອມຕໍ່ໃສ່

ຫຼັງຈາກກຳນົດຄ່າພື້ນຖານສຳເລັດແລ້ວ ໃຫ້ກົດປຸ່ມ Save ຫຼື Save&Close ຖືວ່າສຳເລັດໃນການສ້າງເມນູ

📌 ຕົວຢ່າງການໃຊ້ງານ

  • ຖ້າທ່ານຕ້ອງການສ້າງລິ້ງໄປຫາເວັບໄຊ້ອື່ນໃຫ້ໃຊ້ External URL ຫຼື URL
  • ແຕ່ຖ້າຕ້ອງການສ້າງເມນູທີ່ເປັນຫົວຂໍ້ຫຼັກແຕ່ບໍ່ມີລິ້ງ ໃຫ້ໃຊ້ Menu Heading
Leave a Reply 0

Your email address will not be published. Required fields are marked *


hacklink hacklink hacklink php shell php shell download