ການເຄຼຍຊັບໝຶກPrinter Epson
- ສາເຫດ
ປຼີ້ນເຕີແຕ່ລະເຄື່ອງເມື່ອມີການໃຊ້ງານເປັນເວລາດົນ ຕົວເຊັນເຊີທີ່ກວດສອບຊັບໝຶກ ຈະຟ້ອງວ່າຊັບໝຶກເຕັມ ເມື່ອຊັບໝຶກເຕັມແລ້ວປຼີນເຕີຈະຟ້ອງ Error Code ຂຶ້ນມາດ້ວຍສັນຍາລັກໄຟກະພິບສະລັບລະຫວ່າງ ເຄື່ອງໝາຍເຈ້ຍກະດາດໝົດ ແລະ ນ້ຳໝຶກໝົດ ເຊິ່ງຈະບໍ່ສາມາດສັ່ງພິມເອກະສານໄດ້ອີກຕໍ່ໄປ ແລະ ບໍ່ສາມາດກົດປຸ່ມໃດໆ ໃນເຄື່ອງປຼີ້ນເພື່ອໃຫ້ເຄື່ອງກັບມາໃຊ້ວຽກໄດ້ປົກກະຕິ

2. ວິທີແກ້ໄຂ
1) ໃຫ້ດາວໂຫຼດໂປຼແກຼມ Epson Adjustment program
– ຄົ້ນຫາ ແລະ ດາວໂຫຼດໂປຼແກຼມໃນເວັບໄຊ໌ທີ່ໜ້າເຊື່ອຖື
– ຫຼັງຈາກດາວໂຫຼດມາແລ້ວໃຫ້ຕິດຕັ້ງໂປຼແກຼມ

3. ຂັ້ນຕອນການເຄຼຍຊັບໝຶກ
– ເປີດໂປຼແກຼມ Epson Adjustment
– ຄຼິກເອົາ Select ເພື່ອເລືອກ Model Name: L360(ຕົວຢ່າງ: ປຼິນເຕີເຮົາແມ່ນລຸນ L360)

– ຊ່ອງ Port ໃຫ້ເລືອກເອົາ Port usb ທີ່ຂຶ້ນຊື່ປີ່ນເຕີເຮົາ ແລ້ວກົດປຸ່ມ OK

– ເລືອກເອົາ Particular adjustment mode

– ເລື່ອນຫາຄຳສັ່ງ Waste Ink pad counter

– ຫຼັງຈາກນັ້ນໃຫ້ຕິກເຄື່ອງໝາຍຖືກໃສ່ Main pad counter

– ໃຫ້ກົດໃສ່ປຸ່ມ Check ໂປຼແກຼມຈະປະມວນຜົນ

– ຫຼັງຈາກປະມວນຜົນແລ້ວຈະສະແດງຄ່າທີ່ເຮົາໄດ້ປີ່ນສູງສຸດ ໃຫ້ຕິກເຄື່ອງໝາຍຖືກໃສ່ Main pad counter

– ຈະມີໜ້າຕ່າງນີ້ສະແດງຂຶ້ນມາ ໃຫ້ກົດໃສ່ Ok ເພື່ອຈະເຂົ້າສູ່ການເຄຍຊັບໝຶກ

– ລໍຖ້າໂປຼແກຼມເຄຼຍຊັບໝຶກແລ້ວ ຈະມີໜ້າຕ່າງບອກໃຫ້ປິດເຄື່ອງປຼີນເຕີໃຫ້ກົດ OK ເປັນອັນສຳເລັດ


ຂຽງໂດຍ: ອຈ ນິດຕະພອນ ໄຊຍະເສນ
ສູນໄອຊີທີ ແພກແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ