ການແກ້ໄຂບັນຫາການກັບຄືນມາໜ້າຕ່າງ Boot ເວລາຕິດຕັ້ງ Windows
- ສາເຫດຂອງການວົນກັບຄືນມາ
ອາດເກີດຈາກຫຼາຍສາເຫດໄດ້ ເຊິ່ງບາງກໍລະນີອາດກ່ຽວຂ້ອງກັບການຕັ້ງຄ່າ BIOS/UEFI ຫຼື ບັນຫາທາງດ້ານຮາດແວ໌ ແລະ ການຕັ້ງຄ່າໃນລະຫວ່າງການຕິດຕັ້ງທີ່ບໍ່ຖືກຕ້ອງ

2. ວິທີແກ້ໄຂ
1. ຕັ້ງຄ່າບູ໋ດບໍ່ຖືກຕ້ອງ (Boot Order)
– ເຂົ້າໄປຕັ້ງຄ່າໃນ Bios ໃຫ້ Boot ຈາກ HDD ຫຼື SSD ທີ່ເຮົາຈະຕິດຕັ້ງWindows
– ຂັ້ນຕອນການເຂົ້າ Bios:
+ ໃນເວລາເປີດເຄື່ອງໃຫ້ກົດປຸ່ມ F2, F8 ຫຼື F12 (ແຕ່ຂຶ້ນຢູ່ກັບຄອມແຕ່ລະຍີ້ຫໍ້)
+ ຄົ້ນຫາເມນູ “Boot Order” ຫຼື “Boot Priority” ແລ້ວປັບໃຫ້ Hard Drive ຢູ່ລຳດັບທີ1

2. ກວດສອບຟ໌າຍຕິດຕັ້ງຂອງ Windows
– ສ້າງ Usb ຕິດຕັ້ງ Windows ຂຶ້ນມາໃໝ່ ດ້ວຍໂປຼແກຼມທີ່ມີຄຸນນະພາບ
– ຟ໌າຍ ISO windows ເຮົາຕ້ອງບໍ່ມີຄວາມເສຍຫາຍ
– ອາດຈະມີິຄວາມຜິດພາດໃນຂັ້ນຕອນການຂຽນUSB Windows ເຮົາອາດຈະຂຽນຟ໌າຍໃໝ່
3. ຕັ້ງຄ່າຕິດຕັ້ງໃໝ່(Clean Install)
– ໃນລະຫວ່າງການຕິດຕັ້ງໃໝ່ ເມື່ອຮອດຂັ້ນຕອນການລຶບ Partition ແມ່ນໃຫ້ລຶບ Partition ທັງໝົດທີ່ກ່ຽວຂ້ອງ
– ຫຼັງຈາກນັ້ນໃຫ້ສ້າງ Partitionໃໝ່
– ໃຫ້ຕິດຕັ້ງ Windows ໃສ່ Partition ໃໝ່ທີ່ສ້າງໃໝ່ຂຶ້ນມາ
ຄຳເຕືອນ: ການລຶບ Partition ຈະລຶບຂໍ້ມູນທັງໝົດໃນ Drive ນັ້ນ ເຮົາຄວນຈະສຳຮອງຂໍ້ມູນທີ່ສຳຄັນໃວ້ກ່ອນ
4. ກວດສອບ Disk
– ຫາກຍັງແກ້ໄຂບໍ່ໄດ້ອາດຈະມີບັນຫານຳ HDD
– ອາດຈະໃຊ້ເຄື່ອງມືໃນ USB Boot (ເຊັ່ນ Hiren’s Boot CD, DLC Boot…) ໃນການ Scan ຫາ Bad Sector

ຂຽງໂດຍ: ອຈ ນິດຕະພອນ ໄຊຍະເສນ
ສູນໄອຊີທີ ແພກແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ