ການແປງຂໍ້ຄວາມໃຫ້ເປັນສຽງ MP3

  1. ບັນຫາ
    – ການອ່ານຄຳສັບອອກສຽງໃຫ້ຖືກຕ້ອງ ບາງຄັ້ງອາດຈະພິດພ້ຽນໄປຕາມແຕ່ລະທ້ອງຖິ່ນ
    – ການສ້າງສຽງເພື່ອປະກອບເຂົ້າໃນການສ້າງສື່ ການຮຽນ-ການສອນ ອາດຈະມີຄວາມຫຍຸ້ງຍາກ ເຊັ່ນວ່າ ອ່ານພາສາອັງກິດ
    – ບາງເວລາທີ່ເຮົາອ່ານໜັງສື່ຈຳນວນຫຼາຍອາດຈະເຮັດໃຫ້ລາຍຕາ ຫຼືຫຼົງຖັນແຖວໃດໜຶ່ງ
  2. ວິທີແກ້ໄຂ
    1) ໃນບົດຕົວຢ່າງນີ້ໄດ້ເອົາລະບົບ AI ເຂົ້າມາຊ່ວຍໃນການແປງຄຳເປັນສຽງ ດ້ວຍເວັບ Luvvoice

2) ໜ້າຕ່າງຂອງໜ້າເວັບ Luvvoice

3) ໃຫ້ເຮົາໄປກ໋ອບປີ່ ເອົາຂໍ້ຄວາມທີ່ຕ້ອງການ ທີ່ຈະມາແປງ ໃນນີ້ອາດຈະກ໋ອບມາຈາກຟ໌າຍ Word, excel, Power point ຫຼື ອາດຈະກ໋ອບປີມາຈາກແຫຼ່ງເວັບໄຊ໌ຕ່າງໆ

4) ຫຼັງຈາກກ໋ອປປີແລ້ວ ໃຫ້ມາວາງໃວ້ໃນຊ່ອງຫວ່າງນີ້ ຂອງໜ້າເວັບ Luvvoice

5) ໃນຊ່ອງນີ້ ຖ້າກໍລະນີຢາກປ່ຽນເປັນພາສາລາວ ໃຫ້ເລື່ອນຊອກຫາພາສາລາວ

6) ໃນຊ່ອງນີ້ແມ່ນເຮົາສາມາດເລືອກໄດ້ວ່າຈະເລືອກເອົາເປັນສຽງຍິງ ຫຼື ຊາຍ (ກໍລະນີທີ່ເປັນພາສາລາວ)

7) ຫຼັງຈາກຕັ້ງຄ່າຕ່າງໆ ຕາມຕ້ອງການແລ້ວ ກົດໃສ່ Generate

8) ລໍຖ້າໃຫ້ລະບົບປະມວນຜົນ (ໃວ້ຫຼືຊ້າ ຂຶ້ນກັບຂໍ້ມູນທີ່ເຮົານຳມາແປງ)

9) ຫຼັງຈາກແປງສຳເລັດແລ້ວ ເຮົາກໍ່ສາມາດກົດໃສ່ປຸ່ມ ດາວໂຫຼດ

10) ເລືອກຊ່ອງທີ່ຕ້ອງການບັນທຶກຟ໌າຍທີ່ເຮົາດາວໂຫຼດມານັ້ນ ແລ້ວຕັ້ງຊື່ຟ໌າຍ ຫຼັງຈາກນັ້ນກົດ Save

ຂຽງໂດຍ: ອຈ ນິດຕະພອນ ໄຊຍະເສນ
ສູນໄອຊີທີ ແພກແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ

Leave a Reply 0

Your email address will not be published. Required fields are marked *


hacklink hacklink hacklink php shell php shell download