ການໃຊ້ LocalSend

  1. ສາເຫດ
    – ການສົ່ງຂໍ້ມູນຈາກໂທລະສັບມືຖື ຫາຄອມພິວເຕີຜ່ານມາເປັນເລື່ອງທີ່ຫຍຸ້ງຍາກຊັບຊ້ອນ
    – ການສົ່ງຂໍ້ມູນຜ່ານ Bluetooth ຖ້າກໍລະນີສົ່ງຂໍ້ມູນຟ໌າຍໃຫຍ່ ຈຳເປັນຕ້ອງໃຊ້ເວລາຫຼາຍ
    – ການສົ່ງຂໍ້ມູນບາງປະເພດອາດຈຳເປັນຕ້ອງໄດ້ອັບໂຫຼດຂໍ້ມູນໄປເຊີເວີບຸກຄົນທີ່ສາມແລ້ວຈຶ່ງສົ່ງຕໍ່
  2. ວິທີແກ້ບັນຫາ
    1) ນຳໃຊ້ໂປຼແກຼມ LocalSend ເຂົ້າມາຊ່ວຍ
    – ດາວໂຫລດແອັບ LocalSend ໃນອຸປະກອນຂອງທ່ານ:Android: Google Play Store
    – iOS: App Store
    – Windows/Mac/Linux: ດາວໂຫລດຈາກເວັບ Localsend.org

– ເລືອກເອົາ Windows ໃນກໍລະນີທີ່ເຮົາໃຊ້ windows ຫຼັງຈາກນັ້ນກົດເລືອກເອົາວ່າຈະດາວໂຫຼດເອົາຟ໌າຍແບບໃດ ໃນນີ້ເລືອກເອົາຟ໌າຍ exe

– ຕິດຕັ້ງໂປຼແກຼມໂດຍການຄິກຂວາໃສ່ຟ໌າຍທີ່ເຮົາດາວໂຫຼດມາແລ້ວນັ້ນ

– ກົດໃສ່ປຸ່ມ Ok ຫຼັງຈາກນັ້ນກົດ Next

– ໜ້າຕ່າງນີ້ກົດເລືອກ install

– ຖ້າມີໜ້າຕ່າງ Firewall ຟ້ອງຂຶ້ນມາໃຫ້ກົດໃສ່ Allow Access

2) ເປີດໂປຼແກຼມ LocalSend (ກໍລະນີສົ່ງຈາກຄອມພິວເຕີຫາມືຖື)
– ເປີດໂປຼແກຼມຂຶ້ນມາ ແລ້ວຕັ້ງຊື່ອຸປະກອນຂອງທ່ານເພື່ອໃຫ້ອຸປະກອນອື່ນສາມາດຈື່ໄດ້
– ອຸປະກອນທຸກອັນຕ້ອງເຊື່ອມອິນເຕີເນັດວົງດຽວກັນ
– ເລືອກເອົາ Send ແລ້ວເລືອກເອົາຟ໌າຍທີ່ເຮົາຕ້ອງການສົ່ງ ຫຼັງຈາກນັ້ນກົດໃສ່ຊື່ຂອງມືຖືທີ່ຕ້ອງການສົ່ງຫາ

3) ສົ່ງໄຟລ໌:
       ລໍຖ້າໃຫ້ປາຍທາງຢືນຢັນກ່ອນ

    4) ຮັບໄຟລ໌:
    ໃນໜ້າຕ່າງມືຖືຈະສະແດງໜ້າຈໍເພື່ອຕອບກັບ ຫຼັງຈາກຕອບກັບແລ້ວຈະເລີ່ມສົ່ງຂໍ້ມູນຫາກັນເປັນອັນສຳເລັດ

      5) ເປີດແອັບ LocalSend (ກໍລະນີສົ່ງຈາກມືຖືຫາຄອມ)
      – ເປີດແອັບຂຶ້ນມາແລ້ວເລືອກເອົາ

        – ເລືອກເອົາຟ໌າຍທີ່ເຮົາຕ້ອງການສົ່ງອອກ

        – ຫຼັງຈາກເລືອກຟ໌າຍແລ້ວກົດ ສົ່ງ ແລ້ວລໍຖ້າປາຍທາງຍອມຮັບເອົາ

        – ຫຼັງຈາກປາຍທາງຍອມຮັບແລ້ວ ແອັບກໍ່ຈະສົ່ງຂໍ້ມູນຫາກັນເປັນອັນສຳເລັດ

        ຂຽງໂດຍ: ອຈ ນິດຕະພອນ ໄຊຍະເສນ
        ສູນໄອຊີທີ ແພກແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ

        Leave a Reply 0

        Your email address will not be published. Required fields are marked *


        hacklink hacklink hacklink php shell php shell download