ວິທີການຄວບຄຸມຄອມພິວເຕີເຄື່ອງອື່ນດ້ວຍ Any Desk

  1. ສາເຫດ
    – ການທີ່ເຮົາຈະເຮັດວຽກໃດໜຶ່ງ ຫຼື ຈັດການລະບົບ ແກ້ໄຂບັນຫາໃນຄອມພິວເຕີຄົນອື່ນທີ່ຢູ່ຫ່າງໄກຈາກເຮົານັ້ນມັນເປັນທີ່ຫຍຸ້ງຍາກຫຼາຍ
    – ເວລາທີ່ເຮົາຈຳເປັນຕ້ອງໂອນຖ່າຍຂໍ້ມູນຕ່າງໆ ໃຫ້ແກ່ຄອມພິວເຕີເຄື່ອງອື່ນອາດຈະຕ້ອງໃຊ້ເວລາຫຼາຍ
    – ການຄວບຄຸມອຸປະກອນຈາກໂທລະສັບມືຖືໄປຫາຄອມພິວເຕີທີ່ຢູ່ໄກກັນ ອາດຈະເກີດຄວາມລຳບາກຫຼາຍ
  2. ວິທີແກ້ໄຂ
    1. ເຮົາຈຳເປັນຕ້ອງໃຊ້ໂປຼແກຼມ Any Desk ເຂົ້າມາຊ່ວຍ
    – ເຂົ້າໄປດາວໂຫຼດໂປຼແກຼມຢູ່ເວັບ Anydesk.com
    – ກົດໃສ່ Download

ຕິກເອົາ Allow ຫຼັງຈາກນັ້ນເລືອກ Accept & Update

3. ຂັ້ນຕອນການເປີດຊອບແວ໌ ແລະ ຫາລະຫັດ
– ຫຼັງຈາກດາວໂຫຼດສຳເລັດແລ້ວ ໃຫ້ລັນໂປຼແກຼມຂຶ້ນມາ ຈະເຫັນໜ້າຕ່າງລັກສະນະນີ້

– ເຂົ້າໄປໜ້າຕ່າງ New Session ຈະເຫັນເລກລະຫັດ ສຳຫຼັບເຊື່ອມຕໍ່ຫາຄອມເຄື່ອງອື່ນ ກໍລະນີທີ່ເຮົາຈະ   ລີໂມດເຂົ້າຄອມເຄື່ອງອື່ນ ໃຫ້ຂໍເລກລະຫັດນີ້ມາໃຊ້

– ພິມເລກລະຫັດຈາກເຄື່ອງທີ່ເຮົາຈຳລີໂມດໄປຫາໃສ່ໃນຊ່ອງ ແລ້ວກົດ Connect

4. ອະນຸມັດການເຂົ້າເຖິງ
– ກົດໃສ່ປຸ່ມ Accept

5. ຄວບຄຸມ ແລະ ຈັດການຄອມພິວເຕີປາຍທາງ
– ຫຼັງຈາກໄດ້ຮັບການອະນຸມັດ ເຮົາກໍ່ສາມາດໃຊ້ຄອມພິວເຕີປາຍທາງໄດ້ໂດຍກົງ

6. ຂັ້ນຕອນການສົ່ງຂໍ້ມູນຫາກັນ
ໃຫ້ກົດໃສ່ປຸ່ມ Brows file ດັ່ງພາບ ກໍ່ຈະເຫັນຂໍ້ມູນຂອງຄອມພິວເຕີຕົ້ນທາງ ແລະ ປາຍທາງສະແດງຂຶ້ນມາ ຮູບ 1 ແມ່ນຄອມຕົ້ນທາງ ຮູບ 2 ແມ່ນຄອມປາຍທາງ ຕົວຢ່າງຈະສົ່ງເອກະສານຈາກເຄື່ອງ1 ໄປເຄື່ອງ2 ໃຫ້ກົດໃສ່ເອກະສານ ແລະ ກົດໃສ່ Upload

ຂຽງໂດຍ: ອຈ ນິດຕະພອນ ໄຊຍະເສນ
ສູນໄອຊີທີ ແພກແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ

Leave a Reply 0

Your email address will not be published. Required fields are marked *


hacklink hacklink hacklink php shell php shell download