ແກ້ໄຂຄອມພິວເຕີຄ້າງ
ການແກ້ໄຂ ໂດຍການກົດແປ້ນພິມ ມີ 3 ວິທີ:

Reset driver
- ກົດ Ctrl + Shift + Win + B ຫນ້າຈໍຈະປິດໃນເວລາຫນຶ່ງ. ເພື່ອກວດສອບຄວາມຜິດພາດ ແລະ ເມື່ອ Reset, ມັນຈະກັບມາໃຊ້ປົກກະຕິ.
- ກົດ Alt + F4 ເລືອກ ແລະ ປິດ ໜ້າຕ່າງໂປຣແກຣມເທື່ອລະອັນ ທີ່ຍັງຄ້າງຢູ່ ໜ້າຈໍຄອມ.
- ກົດ Ctrl + Alt + Delete ເພື່ອເຂົ້າໄປໃນລະບົບໂປຣແກຣມ Task manager
- ເມື່ອເຫັນໜ້າຕ່າງຂ້າງລຸ່ມໃຫ້ກົດທີ່ More details .

ເລືອກເບີ່ງໂປຣແກຣມໃນ Status ທີ່ເຫັນວ່າເປັນ Not Responding ໃຫ້ກົດ End Task ເພື່ອປິດໂປຣແກຣມ.

ກົດ Ctrl + Alt + Delete.
ເລືອກ Power ໃນມຸມຂວາລຸ່ມ.


ເລືອກ Restart ເພື່ອເຮັດໃຫ້ຄອມພິວເຕີ Restart ທັນທີຄອມພີວເຕີຈະກັບມາເປັນປົກກະຕິ.
ຂຽນໂດຍ ອາຈານ ພາຍຸ ຄູນວີທອງ
ສູນໄອຊີທີ ພະແນກສຶກສາ ແຂວງ ຫົວພັນ
ຕິດຕໍ່ : 020 22888466