ການສ້າງເມນູໃນຮູບແບບ Single Article ໃນ Joomla
ໃນ Joomla! Single Article ເປັນປະເພດຂອງເມນູ (Menu Item Type) ທີ່ຊ່ວຍໃຫ້ເຮົາສາມາດສະແດງບົດຄວາມດຽວສະເພາະເຈາະຈົງ 1 ບົດຄວາມ ໃນໜ້າເວັບໃຊ້ໄດ້ໂດຍກົງ ຊຶ່ງມີປະໂຫຍດຫຼາຍສຳຫຼັບໜ້າເວບທີ່ມີ Content ຄົງທີ່ ເຊັ່ນ : ກຽວກັບເຮົາ (About Us), ຕິດຕໍ່ (Contact Us) ເປັນຕົ້ນ.
I ວິທີສ້າງເມນູແບບSingle Article ໃນ Joomla
1 ໄປທີ່ Menus -> Main Menu ໃຫ້ກົດໃສ່ເຄື່ອໝາຍ +

ແລ້ວຈະປະກົດໜ້າງຕ່າງໃຫ້ເຮົາສ້າງເມນູ

ໝາຍເຫດ: ກ່ອນຈະສ້າງເມນູ ແບບ Single Article ເຮົາຄວນສ້າງ Article ບົດຄວາມກ່ອນເພື່ອຄວາມສະດວກໃນການສ້າງເມນູດັ່ງກ່າວ
2 ຈະປະກົດໜ້າສ້າງເມນູໃໝ່ແລ້ວໃຫ້ປະຕິບັດຕາມຂັ້ນຕອນນີ້
- ໃຫ້ພິມຊື່ເມນູໃນສ່ວນຂອງ Titel
- Menu item Type ໃຫ້ກົດປຸ່ມ Select ເພື່ອເລືອກປະເພດ menu, ຫຼັງຈາກນັ້ນກົດທີ່ Articels -> Single Article
- Select Article ໃຫ້ກົດປຸ່ມ Select ເພື່ອເລືອກບົດຄວາມທີ່ຈະນຳມາສະແດງ
- ກົດປຸ່ມ Save ຫຼື Save & Close ຖືວ່າສຳເລັດ
