ການສ້າງເມນູໃນຮູບແບບ Category List ໃນ Joomla

ໃນ Joomla , Category List ເປັນໜຶ່ງໃນຮູບແບບການສະແດງຜົນຂອງບົດຄວາມ (Menu Item Type) ທີ່ໃຫ້ເຮົາສາມາດສະແດງລາຍການປະເພດຂອງບົດຄວາມເຊິ່ງມີປະໂຫຍດຫຼາຍ ເມືອເຮົາຕ້ອງການໃຫ້ຜູ້ໃຊ້ເບິ່ງບົດຄວາມຕາມປະເພດບົດຄວາມຕ່າງໆໄດ້ຢ່າງສະດວກສະບາຍ
I. ວິທີການສ້າງເມນູ Category List ໃນ Joomla
- ເຂົ້າສູ່ລະບົບ Joomla ດ້ວຍ Administrator ໂດຍການພິມ https://yourdomain/administrator ໃນເວັບບາວເຊີ , ຫຼັງຈາກນັ້ນພິມ User ແລະ Password ແລ້ວກົດປຸ່ມ ເຂົ້າສູ່ລະບົບ

2 ໄປທີ່ Menus -> Main Menu ໃຫ້ກົດໃສ່ເຄື່ອໝາຍ +

ແລ້ວຈະປະກົດໜ້າງຕ່າງໃຫ້ເຮົາສ້າງເມນູ

ໝາຍເຫດ: ກ່ອນຈະສ້າງເມນູ ແບບ Category List ເຮົາຄວນສ້າງ Category ບົດຄວາມກ່ອນເພື່ອຄວາມສະດວກໃນການສ້າງເມນູດັ່ງກ່າວ
3 ເມືອປະກົດໜ້າສ້າງເມນູໃໝ່ແລ້ວໃຫ້ປະຕິບັດຕາມຂັ້ນຕອນນີ້
- ໃຫ້ພິມຊື່ເມນູໃນສ່ວນຂອງ Titel (ໃນນີ້ຕົວຢ່າງນີ້ຈະໃສ່ຊື່ “ທຶນການສຶກສາຕ່າງປະເທດ”)
- Menu item Type ໃຫ້ກົດປຸ່ມ Select ເພື່ອເລືອກປະເພດ menu, ຫຼັງຈາກນັ້ນກົດທີ່ Articels -> Category List
- Choose a Category ແມ່ນໃຫ້ເລືອກ Category ທີ່ເຮົາຕ້ອງການໃຫ້ມາສະແດງໃນເມນູນີ້
- ກົດປຸ່ມ Save ຫຼື Save & Close ຖືວ່າສຳເລັດ
