ການສ້າງເມນູລັກໃນຮູບແບບ Category Blog ໃນ Joomla

Category Blog ໃນ Joomla ແມ່ນປະເພດເມນູທີ່ຖືກອອກແບບໃຫ້ສະແດງບົດຄວາມ (Articles) ທີ່ຢູ່ໃນໝວດໝູ່ໃດໜຶ່ງໃນຮູບແບບ ບລັອກ (Blog Layout) ແລະ ສາມາດປັບແຕ່ງໄດ້ຫຼາກຫຼາຍ ເພື່ອໃຫ້ເໝາະກັບເວັບໄຊ້ຂອງເຮົາ.
I. ຄຸນສົມບັດຂອງ Category Blog
– ສາມາດເລືອກໝວດໝູ່ທີ່ຕ້ອງການໃຫ້ສະແດງບົດຄວາມທັງໝົດຫຼືບາງສ່ວນ
– ສາມາດກຳນົດລຳດັບການສະແດງບົດຄວາມເຊັ່ນ : ລຽງລຳດັບຕາມວັນທີ, ບົດຄວາມເກົ່າ ກ່ອນບົດຄວາມໃໝ່, ບົດຄວາມໃໝ່ກ່ອນບົດຄວາມເກົ່າ ແລະ ລຳດັບຕາມການກຳນົດເອງ
– ສາມາດກຳນົດຮູບແບບການສະແດງຜົນ ເຊັ່ນ: ສະແດງບາງສ່ວນ, ຈັດລຽງບົດຄວາມໃນຫຼາຍຖັນ, ສະແດງເປັນລິ້ງບົດຄວາມເພີ່ມເຕີມ
– ສາມາດກຳນົດໃຫ້ສະແດງ ຫຼື ເຊື່ອງລາຍລະອຽດບົດຄວາມ
– ສາມາດກຳນົດສິດການເຂົ້າເຖິງວ່າໃຜສາມາດເຂົ້າເຖິງເມນູໄດ້ ເຊັ່ນ : Public, Registered, Super Users
II. ວິທີສ້າງເມນູປະເພດ Category Blog ມີຂັ້ນຕອນດັ່ງນີ້:
1 ເຂົ້າສູ່ລະບົບ Joomla ດ້ວຍ Administrator ໂດຍການພິມ https://yourdomain/administrator ໃນເວັບບາວເຊີ , ຫຼັງຈາກນັ້ນພິມ User ແລະ Password ແລ້ວກົດປຸ່ມ ເຂົ້າສູ່ລະບົບ

2 ໄປທີ່ Menus -> Main Menu ໃຫ້ກົດໃສ່ເຄື່ອໝາຍ +

ແລ້ວຈະປະກົດໜ້າສ້າງເມນູໃໝ່ຂື້ນມາ

ໝາຍເຫດ: ກ່ອນຈະສ້າງເມນູ ແບບ Category Blog ເຮົາຄວນສ້າງ Category ບົດຄວາມກ່ອນເພື່ອຄວາມສະດວກໃນການສ້າງເມນູດັ່ງກ່າວ
3 ເມືອປະກົດໜ້າສ້າງເມນູໃໝ່ແລ້ວໃຫ້ປະຕິບັດຕາມຂັ້ນຕອນນີ້
- ໃຫ້ພິມຊື່ເມນູໃນສ່ວນຂອງ Titel (ໃນນີ້ຕົວຢ່າງນີ້ຈະໃສ່ຊື່ “ຫຼັກສູດ”)
- Menu item Type ໃຫ້ກົດປຸ່ມ Select ເພື່ອເລືອກປະເພດ menu, ຫຼັງຈາກນັ້ນກົດທີ່ Articels -> Category Blog

ໃຫ້ກົດປຸ່ມ Select ຖ້າເຮົາມີການສ້າງປະເພດບົດຄວາມ(Category)ໄວ້ແລ້ວ ແຕ່ຖ້າຍັງບໍ່ໄດ້ມີການສ້າງປະເພດບົດຄວາມໄວ້ໃຫ້ກົດປຸ່ມ Create
ໃນຕົວຢ່າງນີ້ຈະແນະນຳໃນກໍລະນີ້ສ້າງປະເພດບົດຄວາມ (Category) ໄວ້ແລ້ວ, ທີ່ມືຊື່ວ່າ “ຫຼັກສູດ”

4 ໃຫ້ກົດເລືອກທີ່ ປະເພດບົດຄວາມ (Category) “ຫຼັກສູດ”
5 ກົດປຸ່ມ Save ຫຼື Save & Close ຖືວ່າສຳເລັດ

ຫຼັງຈາກນັ້ນໃຫ້ກົດປຸ່ມ Save ຫຼື Save & Close ຖືວ່າສຳເລັດໃນການສ້າງເມນູດັ່ງກ່າງ
