ວິທີສະໝັກ ແລະ ວິທີການໃຊ້ງານເບື້ອງຕົ້ນ ChatGPT
- ວິທີສະໝັກ
ໄປທີ່ google ແລ້ວພີມໃສ່ບ່ອນຄົ້ນຫາ ChatGPT

ກົດເອົາ Introducing ChatGPT

ກົດເອົາ Log in ເລືອກ Chatgpt

ເລືອກ Sign up

ພິມ Email ຂອງຕົນເອງໃສ່ ແລ້ວ ກົດ Continue

Pass word ລະບົບຈະຕັ້ງໃຫ້ແບບອັດຕະໂນມັດເຮົາສາມາດເບິ່ງ Pass word ໄດ້ໂດຍກົດໄປທີກາລູກຕາ ຈາກນັ້ນກົດ Continue

ລະບົບຈະສົ່ງ Code ເຂົ້າໃນ Email ທີ່ສະໝັກ ຈາກນັ້ນເອົາລະຫັດ ໄປຕື່ມໃສ່ຫ້ອງ Code

2. ວິທີໃຊ້ງານ
ຄືການທີເຮົາຖາມຄຳຖາມໄປ ລະບົບຈະສົ່ງຄຳຕອບມາໃຫ້ໂດຍອັດຕະໂນມັດ ລະບົບຈະເຮັດມາໂດຍມີການໂຕຕອບຄືກັນກັບຄົນ
ສາມາດພິມ ຄຳຖາມໃສ່ບ່ອນ Ask anything ໄດ້ເລີຍ

ກ. ໃຊ້ Chatgpt ອະທິບາຍເລື້ອງຍາກໆ ໃຫ້ເປັນເລື້ອງງາຍໆ ເຊັ່ນ ພິມຄຳວ່າ ຊ່ວຍອະທິບາຍເລື້ອງແຮງໂນມຖ່ວງຂອງໂລກໃຫ້ເດັກນ້ອຍ3ປີເຂົ້າໃຈ

ໂຕ Chatgpt ຈະຄຳນວນແລ້ວຕອບລະອຽດໃຫ້ເຮົາເຂົ້າໃຈງາຍໆ

ຂ. ໃຊ້ Chatgpt ວາງແຜນເລື້ອງຕ່າງໆເຊັ່ນ : ຂ້ອຍຕ້ອງການໄປທ່ຽວຫຼວງພະບາງ 3 ມື 2 ຄືນຊ່ວຍວ່າງແຜນໃຫ້ແນ

ລະບົບກໍ່ຈະຄຳນວນມາໃຫ້

ຄ. ໃຊ້ Chatgpt ຄຳນວນໂຈດເລກ ໂດຍທີ່ເຮົາສາມາດຖ່າຍຮູ້ບເອົາໂຈດເລກທາງນອກມາໃສ່ໄດ້ ຄິກໃສ່ກາບວກ ແລ້ວເລືອກ Upload from computer

ເລືອກເອົາຮູ້ບທີຢາກໃຫ້ລະບົບຄຳນວນໃຫ້ແລ້ວກົດ open ລະບົບກໍ່ຈະຄຳນວນໃຫ້


ງ. ໃຊ້ Chatgpt ແປພາສາ ແລະ ຂຽນ E mail ໂດຍການຂຽນລົງໄປວ່າ ຢາກໃຫ້ແປຂໍຄວາມນີ້ເປັນພາສາອັງກິດ ຕາມດ້ວຍຂໍ້ຄວາມທີເຮົາຕ້ອງການ

