ການຕິດຕັ້ງໂປຣແກຣມເສີມຕ່າງໆແບບ Online ຜ່ານ Website Ninite
ວິທີການດາວໂຫລດໂປຣແກຣມ.
ເຂົ້າໄປທີ່ Browser ເຊັ່ນ: Chrome, Mozilla Firefox, Microsoft Edge ແລະ ອື່ນໆ.

ພິມຄຳວ່າ www.ninite.com ທີ່ຊ່ອງ URL

ເລື່ອນລົງໄປທີ່ຫົວຂໍ້ Pick the apps you want
ເລືອກໂປຣແກຣມຕ່າງໆຕາມທີ່ຕ້ອງການໂດຍການຕິກໃສ່.

ເມື່ອເລືອກໂປຣແກຣມໄດ້ແລ້ວເລື່ອນເມົາສໄປທີ່ຫົວຂໍ້ Get Your Ninite ແລະ ຄິກໃສ່.

ລໍຖ້າໃຫ້ດາວໂຫລດສຳເລັດ.
ເມື່ອດາວໂຫລດສຳເລັດແລ້ວຄິກໃສ່ Open File

ລໍຖ້າໃຫ້ໂປຣແກຣມດາວໂຫລດ ແລະ ຕິດຕັ້ງ.

ເມື່ອໂປຣແກຣມຕິດຕັ້ງສຳເລັດຄິກໃສ່ປຸ່ມ Close.


ຂຽນໂດຍ: ອຈ ແຈັກກີ ຈະເລີນຜົນ
ສູນ ໄອຊີທີ ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື