ວິທີແກ້ໄຂWi-Fi Turned off, Trun Wi-Fi back on
ສາເຫດ Wi-Fi Turned off, Trun Wi-Fi back on


ສຳລັບຜູ້ໃຊ້ງານ Wifi ໃນການເຊື່ອມຕໍ່ອິນເຕີເນັດອາດຈະເປັນ Notebook ຫຼື ໃຊ້ງານ PC ທີ່ມີ Wifi ແບບ USB ຫຼື ອື່ນໆ ເພື່ອເຊື່ອມຕໍ່ອິນເຕີເນັດແລ້ວມີບັນຫາບໍ່ສາມາດໃຊ້ງານອິນເຕີເນັດໄດ້ຂຶ້ນຂໍ້ຄວາມ Wi-Fi Turned off ແລະມີຂໍ້ຄວາມບອກລາຍລະອຽດ Trun Wi-Fi back on ມີໃຫ້ເລືອກປະມານ Manually in 1 hour, in 4 hours ແລະ in 1 Day ເກີດຄຳຖາມວ່າເກີດຫຍັງຂຶ້ນ ແລະ ຖ້າຂຶ້ນລັກສະນະດັ່ງກ່າວຈະຕ້ອງແກ້ໄຂແບບໃດ

ຫາກ Wifi ຂຶ້ນຂໍ້ຄວາມດັ່ງກ່າວວ່າສະແດງວ່າ Wifi ຂອງເຮົາປິດການໃຊ້ງານຢູ່ສັງເກດທີ່ “View Network Connections” ໂດຍການພິມທີ່ຊ່ອງຄົ້ນຫາ ຫຼື ກົດປຸ່ມ Windows + S ພິມ View Network Connections ຈະໄດ້ແບບພາບດ້ານລຸ່ມ

ເມື່ອເປີດໃຊ້ງານ Wi-Fi ແລ້ວຈະມີເຄື່ອງໝາຍ WiFi ຈະເປັນຮູບສີຟ້າວ່າມີການເປີດໃຊ້ງານແລ້ວ ຫາກເຄີຍເຊື່ອມຕໍ່ໄວໄຟຢູ່ແລ້ວຈະເລີ່ມກໍ່ການເຊື່ອມຕໍ່ທີ່ເຄີຍເຊື່ອມຕໍ່ທັນທີ ແຕ່ຫາກຍັງບໍ່ເຄີຍເຊື່ອມຕໍ່ເລີຍ ຮູບ WiFi ຢັງຄົງຈະເປັນກາກະບາດຢູ່ ຈົນວ່າເຮົາຈະເລືອກ Wifi ທີ່ເຮົາຈະເຊື່ອມຕໍ່ ແລະ ກໍ່ການເຊື່ອມຕໍ່ໃສ່ລະຫັດຜ່ານ

ຖ້າຫາກເຊື່ອມຕໍ່ໄດ້ແລ້ວ ແລະ ບໍ່ມີບັນຫາຫຍັງຈະຂຶ້ນແບບພາບດ້ານລຸ່ມ

ຂຽນໂດຍ: ອຈ ແທ່ນແກ້ວ ແວວສີ
ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາ ແຂວງ ອັດຕະປື