ວິທີຕິດຕັ້ງ ໂປຣແກຣມຕ່າງໆພາຍຫຼັງທີ່ຕິດຕັ້ງວິນໂດ້ສຳເລັດແລ້ວ ດ້ວຍ Ninite
Ninite ເປັນເວັບໄຊສ ທີ່ໃຫ້ບໍລິການລວມໂປຣແກຣມພື້ນຖານທີ່ເຮົາຈຳເປັນຕ້ອງໃຊ້ ໃຫ້ເຮົາເລືອກນຳໄປໃຊ້ງານ ເຊິ່ງວິທີໃຊ້ງານກໍ່ບໍ່ຍາກ ສາມາດປະຕິບັດດັ່ງຂັ້ນຕອນລຸ່ມນີ້:
ເຂົ້າມາທີ່ບຣາວເຊີໃນເຄື່ອງຄອມພິວເຕີຂອງທ່ານ ແລ້ວພິມເວັບໄຊສ www.Ninite.com ຈາກນັ້ນ ກົດ Enter.

ຈາກນັ້ນຕິກເລືອກໂປຣແກຣມທີ່ເຮົາຕ້ອງການ

ຈາກນັ້ນຄຣິກເລືອກ Get your Ninite

ຈາກນັ້ນ ໂປຣແກຣມຈະຖືກດາວໂຫລດລົງມາໃສ່ໃນເຄື່ອງຄອມພິວເຕີ

ຈາກນັ້ນຄຣິກສອງເທື່ອທີ່ໂຕໂປຣແກຣມ

ຈາກນັ້ນລໍຖ້າດາວໂຫຼດໂປຣແກຣມໃຫ້ສຳເລັດ

ເມື່ອສຳເລັດແລ້ວ ຄຣິກປຸ່ມ Close

ຈາກນັ້ນກໍ່ໃຫ້ຕິດຕັ້ງໂປຣແກຣມໄດ້ຕາມປົກກະຕິ

ຂຽນໂດຍ : ສູນ ICT ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ