ແກ້ໄຂອາການ: ຄອມພິວເຕີ້ເປີດແລ້ວໄຟບໍ່ເຂົ້າ

1.ເພື່ອຄວາມປອດໄພຂອງທ່ານ.ກະລຸນາປິດສະວິດຂອງ Power supply ກ່ອນ.ໂດຍໃຫ້ເບີ່ງຕົວສະວິດວ່າຢູ່ໃນຕຳແໜ່ງຖືກຕ້ອງແລ້ວບໍ່.<I/O switch>ໃຫ້ຢູ່ຕາມຕຳແໜ່ງຕາມຮູບພາບ.

2.ຖອດສາຍໄຟACອອກຈາກ Power supply

3.ຖອດສາຍໄຟລ້ຽງເມນບອດອອກທັງໝົດຈາກອຸປະກອນ

4.ສຽບສາຍໄຟACກັບເຂົ້າສູ່Power supply ແລ້ວໃຫ້ໝັ້ນໃຈວ່າ ສຽບສາຍໄຟເຂົ້າໂດຍຕົງຈາກເຕົ້າສຽບໃນຝາ(ຕົວຢ່າງຢູ່ດ້ານລຸ່ມນີ້)

5.ນຳເອົາກີບໜີບເຈ້ຍ ຫຼື ລວດ ສອດໃສ່ ຕຳແໜ່ງສີຂອງຫົວຈ່າຍໄຟຄື (ຂຽວ ແລະ ດຳ )ຕາມດັ່ງຮູບດ້ານລຸ່ມ.

6.ເປີດ power supply ໂດຍການກົດປຸ່ມ <I/O switch>ໃຫ້ຢູ່ຕຳແໜ່ງ”I”ຕາມຮູບດ້ານລຸ່ມ

7.ຖ້າຫາກວ່າ ພັດລົມຍັງປິ່ນຢູ່ ໝາຍຄວາມວ່າ Power supply ຍັງໃຊ້ໄດ້

ແຕ່ຫາກວ່າ ພັດລົມບໍ່ປິ່ນ ໝາຍຄວາມວ່າ Power supply ໃຊ້ບໍ່ໄດ້ຕ້ອງໄດ້ປ່ຽນໃໝ່.

ຂຽນໂດຍ: ອາຈານ ອໍລະໄທ ສີບຸນເຮືອງ

ຕິດຕໍ່ 020 23264006

ສູນໄອຊີທີ ພະແນກສຶກສາທິການ ແລະ ກິລາ ແຂວງ ຄຳມ່ວນ

Leave a Reply 0

Your email address will not be published. Required fields are marked *


hacklink hacklink hacklink php shell php shell download