ການລ້າງຫົວພີມປີນເຕີ EPSON L3110

I. ການລ້າງຫົວພິມເຄື່ອງປີນເຕີ EPSON L3110
ບັນຫາເກີດຈາກ ເວລາພີມ ນ້ຳເມີກປີນເຕີເປື່ອນ, ຕັນ ເຮັດໃຫ້ການພົນສີຂອງຫົວພີມບໍ່ໄດ້ເຕັມທີ່.
II. ສາເຫດ
ສາເຫດເກີດຈາກການໃຊ້ງານດົນບໍ່ໄດ້ທໍາຄວາມສະອາດຫົວພີມ, ຫົວພີມເປື່ອນ, ມີຫົວພີມບາງຫົວຕັນ ເຮັດໃຫ້ການພົນສີຂອງຫົວພີມເຮັດບໍ່ໄດ້ເຕັມທີ່ ຫຼື ສີອອກມາບໍ່ຄົບທຸກສີ; ສາເຫດເກີດຈາກຫົວພີມ ນ້ຳເມີກປີນເຕີເປື່ອນ, ຕັນ ເຮັດໃຫ້ການພົນສີຂອງຫົວພີມບໍ່ໄດ້ເຕັມທີ່
III. ວິທີແກ້ໄຂບັນຫາ
- ກ່ອນອື່ນໃຫ້ເປີດເຄື່ອງພີມຂື້ນມາໂດຍການກົດປຸ່ມ


2. ລໍຖ້າໃຫ້ເຄື່ອງຄອມພິວເຕີບູດເຄື່ອງປະມານ 1 ນາທີ ເພື່ອກຽມຄວາມພ້ອມຈົນກ່ວາໄຟສະຖານະຍຸດເຕັ້ນ

3. ຈາກນັ້ນໃຫ້ກົດທີ່ປຸ່ມສາມລ້ຽມ
ຄ້າງໄວ້ປະມານ3-5 ວິນາທີແລ້ວປະໃຫ້ເຄື່ອງເຮັດວຽກແລ້ວປ່ອຍມື

4. ຂັ້ນຕອນນີ້ໄຟສະຖານະ ປຸ່ມປິດ-ເປີດ
ຈະກະພິບ, ຫົວເຂັມຈະທໍາຄວາມສະອາດຂັ້ນຕອນນີ້ຕ້ອງໃຊ້ເວລາ ປະມານ 3-6 ນາທີ ແລະ ລໍຖ້າ ໄຟສະຖານະປຸ່ມປິດ-ເປີດ ຍຸດເຕັ້ນ.

5. ຂັ້ນຕອນນີ້ໃຫ້ກົດ ປຸ່ມປິດ-ເປີດ ເພື່ອ ປິດປີນເຕີ

6. ຂັ້ນຕອນນີ້ເປັນການເຊັກຫົວພີມ ດ້ວຍການກົດປຸ່ມສາມລ້ຽມຄ້າງໄວ້ ແລ້ວຈີ່ງກົດ ປຸ່ມປິດ-ເປີດ ຂັ້ນຕອນນີ້ໃຫ້ໃສ່ເຈ້ຍປະໄວ້ຈຳນວນໜື່ງ

7. ຫຼັງຈາກເຄື່ອງເຮັດວຽກໃຫ້ປ່ອຍມື ຂັ້ນຕອນນີ້ໃຊ້ເວລາປະມານ 5-10 ນາທີ ແລະ ສັງເກດການເຊັກຫົວພີມ ສາມາດສັງເກດເບີ່ງການລາຍງານການເຊັກຫົວພີມຂອງປີນເຕີ ຈະເຫັນອອກມາຄົບທຸກສີ .
ສໍາເລັດ

ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ