ການລ້າງຫົວພີມປີນເຕີ EPSON L360

I. ການລ້າງຫົວພິມເຄື່ອງປີນເຕີ EPSON L360

ບັນຫາເກີດຈາກຫົວພີມປີນເຕີເປື້ອນ, ຕັນ ເຮັດໃຫ້ການພົນສີໄດ້ບໍ່ເຕັມທີ່

II. ສາເຫດຫົວພິມເຄື່ອງປີນເຕີ EPSON L360

ສາເຫດເກີດຈາກການໃຊ້ງານດົນບໍ່ໄດ້ເຮັດຄວາມສະອາດຫົວພີມ, ຫົວພີມເປື້ອນ, ມີຫົວພີມບາງຫົວຕັນ ເຮັດໃຫ້ການພົນສີຂອງຫົວພີມເຮັດບໍ່ໄດ້ດີປານ ຫຼື ສີອອກມາບໍ່ຄົບທຸກສີ.

III. ວິທີແກ້ໄຂບັນຫາ

  1. ກ່ອນອື່ນໃຫ້ເປີດເຄື່ອງພີມຂື້ນມາໂດຍການກົດປຸ່ມ

2. ລໍຖ້າໃຫ້ເຄື່ອງຄອມພິວເຕີບູດເຄື່ອງປະມານ 1 ນາທີ ເພື່ອກຽມຄວາມພ້ອມຈົນກ່ວາໄຟສະຖານະຍຸດເຕັ້ນ

3. ຈາກນັ້ນໃຫ້ກົດທີ່ປຸ່ມສາມຫຼ່ຽມ    ຄ້າງໄວ້ປະມານ5-7 ວິນາທີແລ້ວປະໃຫ້ເຄື່ອງເຮັດວຽກແລ້ວປ່ອຍມື

4. ຂັ້ນຕອນນີ້ໄຟສະຖານະປຸ່ມປິດ-ເປີດ ຈະກະພິບ, ຫົວພີມຈະທໍາຄວາມສະອາດຂັ້ນຕອນນີ້ໃຊ້ເວລາ 5-10 ນາທີ ແລະ ລໍຖ້າ ໄຟສະຖານະ ປຸ່ມປິດ-ເປີດ ຍຸດເຕັ້ນ.        

5. ຂັ້ນຕອນນີ້ໃຫ້ເຮົາທຳການກົດ ປຸ່ມປິດ-ເປີດ ເພື່ອປິດ ປຼິນເຕີ

6. ຂັ້ນຕອນນີ້ເປັນການເຊັກຫົວພີມ ດ້ວຍການກົດປຸ່ມສາມຫຼ່ຽມຄ້າງໄວ້ ແລ້ວຈີ່ງກົດ ປຸ່ມປິດ-ເປີດ ຂັ້ນຕອນນີ້ໃຫ້ໃສ່ເຈ້ຍປະໄວ້ຈຳນວນໜື່ງ

ຮູບທີ1

ຮູບທີ2

7. ຫຼັງຈາກເຄື່ອງເຮັດວຽກໃຫ້ປ່ອຍມື ຂັ້ນຕອນນີ້ໃຊ້ເວລາປະມານ 5-10 ນາທີ ແລະ ສັງເກດການເຊັກຫົວພີມ

ຂັ້ນຕອນນີ້ສາມາດສັງເກດເບີ່ງການລາຍງານການເຊັກຫົວພີມຂອງປີນເຕີ ຈະເຫັນອອກມາຄົບທຸກສີ. ການລ້າງຫົວພິມປຼິ່ນເຕີສໍາເລັດ

ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ

Leave a Reply 0

Your email address will not be published. Required fields are marked *


hacklink hacklink hacklink php shell php shell download