ແນະນຳ Joomla V.5

Joomla 5 ເປັນເວີຊັ້ນຂອງແພດຟອມ CMS ຊຶ່ງມີການອັບເດດຕໍ່ຈາກ Joomla 4 ຊຶ່ງໄດ້ເພີ່ມລະບົບ ແລະ ຄວາມສາມາດໃໝ່ໆໃນເວີຊັ້ນນີ້, ຈະຊ່ວຍໃຫ້ເວັບໄຊ້ຂອງເຮົາມີປະສິດທິພາບຫຼາຍຂຶ້ນ ເຊັ່ນ: ຊ່ວຍໃຫ້ເວັບໄຊ້ເຮັດວຽກໄວຂຶ້ນ, ມີລະບົບຄວາມປອດໄພທີ່ດີຂື້ນ ເປັນຕົ້ນ, ເວີຊັ້ນນີ້ມາພ້ອມກັບຄຸນສົມບັດ ແລະ ປັບປຸງຫຼາຍກ່ອນເວີຊັ້ນ 4 ຊຶ່ງເຮັດໃຫ້ເປັນຕົວເລືອກທີ່ມີປະສິດທິພາບ ແລະ ຍືນຍຸ່ນຫຼາຍຂຶ້ນສຳຫຼັບການສ້າງເວັບໃຊ້ ແລະ ແອັບພິເຄຊັ້ນ

# ການອັບເດດຫຼັກໃນ Joomla 5

  • ໂຫຼດໜ້າເວບໄຊ້ໄວຂື້ນ ແລະ ມີປະສິດທິພາບການສະແດງຜົນ
  • ການອອກແບບໃຫ້ສາມາດໃຊ້ງານໄດ້ສຳຫຼັບຜູ້ໃຊ້ທຸກຄົນ ຫຼື ລົດຄວາມສັບຊ້ອນໃນການໃຊ້ງານຕ່າງໆ
  • ການປ້ອງກັນທີ່ມີຄວາມປອດໄພເພີ່ມເຕີມຈາກອຸປະກອນອອນລາຍ
  • ລະບົບຂໍ້ມູນຂ່າວສານທີ່ຫຼາກຫຼາຍຂອງສ່ວນເສີມ ແລະ ແທັມເພດ
  • ສາມາດປັບແຕ່ງເທມເພດເວັບໄຊ້ໄດ້ງ່າຍ

# ປະສິດທິພາບ ແລະ ການອັບເກຣດເຕັກໂນໂລຊີໃນ Joomla 5

Joomla 5 ແມ່ນຮອງຮັບ PHP 8.2 ແລະ MySQL 8.0.11 ຂຶ້ນໄປ

ການອັບເດດນີ້ຊ່ວຍໃຫ້ Joomla 5 ສາມາດໃຊ້ປະໂຫຍດຈາກຟີເຈີໃໝ່ໆ ແລະ ປະສິດທິພາບທີ່ດີຂື້ນຂອງ php 8.2 ແລະ MySQL 8.0.11 ຕົວຢ່າງເຊັ່ນ PHP 8.2 ເພີ່ມຄຸນສົມບັດໃໝ່ ເຊັ່ນ ຊະນິດຂໍ້ມູນແບບກຳນົດເອງ ແລະ ການຈັດຮູບແບບຂໍ້ຄວາມທີ່ດີຂື້ນ ສ່ວນ MySQL 8.0.11 ເພີມຟີເຈີໃໝ່ ເຊັ່ນ ການບິບອັດຂໍ້ມູນ ແລະ ການສະໜັບສະໜູນສຳຫຼັບ Pool ໃນການເຊື່ອມຕໍ່ທີ່ປອດໄພຫຼາຍຂື້ນ

Leave a Reply to ictkms Cancel reply1

Your email address will not be published. Required fields are marked *


ictkms

ictkms

ສະບາຍດີ

hacklink hacklink hacklink php shell php shell download